ເງື່ອນໄຂການໃຊ້

ຂໍ້ຕົກລົງຜູ້ໃຊ້ YangSaga

ຂໍ້ຕົກລົງນີ້ຖືເປັນສັນຍາທີ່ມີຜົນບັງຄັບໃຊ້ທາງກົດໝາຍລະຫວ່າງທ່ານກັບ YangSaga ແລະ ກຳນົດສິດ ແລະ ພັນທະທາງກົດໝາຍຂອງທ່ານກ່ຽວກັບການໃຊ້ງານບໍລິການຂອງ YangSaga (ຕໍ່ໄປນີ້ເອີ້ນວ່າ "ບໍລິການນີ້"). ໃນຂໍ້ຕົກລົງນີ້ "ທ່ານ" ໝາຍເຖິງບຸກຄົນໃດໜຶ່ງທີ່ເຂົ້າໃຊ້ ແລະ/ຫຼື ໃຊ້ບໍລິການນີ້.

ການລົງທະບຽນສຳເລັດຖືວ່າທ່ານໄດ້ຕົກລົງຕາມຂໍ້ຕົກລົງນີ້. ກະລຸນາອ່ານເງື່ອນໄຂຕໍ່ໄປນີ້ຢ່າງລະອຽດ.

1. ຂໍ້ກຳນົດສຳລັບການໃຊ້ບໍລິການນີ້

1.1. ຖ້າທ່ານເປັນຜູ້ເຍົາ, ທ່ານຄວນອ່ານຂໍ້ຕົກລົງນີ້ກັບຜູ້ປົກຄອງ ຫຼື ຜູ້ຕາງໜ້າໂດຍຊົງກົດໝາຍຂອງທ່ານ ກ່ອນທີ່ທ່ານຈະຕັດສິນໃຈໃຊ້ບໍລິການນີ້ ເພື່ອໃຫ້ແນ່ໃຈວ່າເຂົາເຈົ້າເຂົ້າໃຈເນື້ອໃນຂອງຂໍ້ຕົກລົງນີ້. ທ່ານບໍ່ອາດໃຊ້ບໍລິການນີ້ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ປົກຄອງ ຫຼື ຜູ້ຕາງໜ້າໂດຍຊົງກົດໝາຍຂອງທ່ານ. ການໃຊ້ບໍລິການນີ້ຖືວ່າທ່ານຮັບຮອງ ແລະ ຮັບປະກັນວ່າ ທ່ານ (ກ) ມີອາຍຸ 13 ປີຂຶ້ນໄປ, ຫຼື (ຂ) ໄດ້ຮັບອະນຸຍາດຈາກຜູ້ປົກຄອງ ຫຼື ຜູ້ຕາງໜ້າໂດຍຊົງກົດໝາຍຂອງທ່ານໃຫ້ໃຊ້ບໍລິການນີ້. ນອກຈາກນີ້, ພວກເຮົາແນະນຳໃຫ້ຜູ້ປົກຄອງ ຫຼື ຜູ້ຕາງໜ້າໂດຍຊົງກົດໝາຍ ຄວນດູແລ ແລະ ຊີ້ນຳເດັກນ້ອຍ ໃນເວລາທີ່ເຂົາເຈົ້າໃຊ້ອິນເຕີເນັດ, ໂທລະສັບມືຖື ແລະ ອຸປະກອນອື່ນໆ.

1.2. ໃນບາງປະເທດ ແລະ ເຂດແຄ້ວນ, ທ່ານອາດຈະຕ້ອງຕົກລົງຕາມຂໍ້ຕົກລົງຜູ້ໃຊ້ບໍລິການຄລາວດ໌ YangSaga ແລະ ລົງທະບຽນ YangSaga ID ກ່ອນຈຶ່ງຈະໃຊ້ບໍລິການນີ້ໄດ້. ທ່ານຈະຕ້ອງຮັບຜິດຊອບແຕ່ຜູ້ດຽວໃນການຮັກສາຄວາມປອດໄພຂອງຊື່ຜູ້ໃຊ້ ແລະ ລະຫັດຜ່ານ YangSaga ID ຂອງທ່ານ.

2. ເງື່ອນໄຂການຊຳລະເງິນ

2.1. ເກມທີ່ຢູ່ໃນບໍລິການນີ້ແມ່ນໃຫ້ບໍລິການໂດຍ YangSaga. ທ່ານອາດຈະຕ້ອງຍອມຮັບຂໍ້ຕົກລົງ ແລະ ຄ່າໃຊ້ຈ່າຍຂອງ YangSaga ເພື່ອໃຊ້ເກມ. ທ່ານຮັບຮູ້ວ່າ YangSaga ຂໍສະຫງວນສິດທີ່ຈະປ່ຽນແປງລາຄາເກມ ແລະ ແຈ້ງໃຫ້ທ່ານຊາບພາຍໃນເວລາທີ່ສົມເຫດສົມຜົນ ກ່ອນທີ່ທ່ານຈະຊື້ແຜນລາຄາ. ຫຼັງຈາກລາຄາໃໝ່ມີຜົນບັງຄັບໃຊ້, ທ່ານຈຳເປັນຕ້ອງຍອມຮັບລາຄາໃໝ່ຈຶ່ງຈະສາມາດໃຊ້ເກມຕໍ່ໄປໄດ້. ໃນກໍລະນີທີ່ທ່ານບໍ່ຕົກລົງກັບການປ່ຽນແປງລາຄາເກມ, ທ່ານມີສິດທີ່ຈະຢຸດໃຊ້ບໍລິການນີ້. ທ່ານຕ້ອງຊຳລະພາສີທີ່ກ່ຽວຂ້ອງຕາມກົດໝາຍວ່າດ້ວຍ.

3. ພຶດຕິກຳຂອງທ່ານ

ທ່ານຕົກລົງທີ່ຈະໃຊ້ບໍລິການນີ້ຢ່າງຍຸຕິທຳ, ຍອມຮັບຂໍ້ຕົກລົງນີ້ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ທ່ານຕົກລົງວ່າຈະບໍ່ໃຊ້ບໍລິການນີ້ເພື່ອກະທຳສິ່ງໃດໜຶ່ງດັ່ງຕໍ່ໄປນີ້:

(1) ອັບໂຫຼດ, ດາວໂຫຼດ, ເກັບຮັກສາ, ໂອນ, ສົ່ງທາງອີເມວ ຫຼື ໃຫ້ເນື້ອຫາທີ່ຜິດກົດໝາຍ, ຂົ່ມຂູ່, ອັນຕະລາຍ, ທຳລາຍຊື່ສຽງ, ດູຖູກ, ໃຊ້ຄວາມຮຸນແຮງ, ລາມົກ, ຈຳແນກເຊື້ອຊາດ ຫຼື ຊົນເຜົ່າ ຫຼື ເນື້ອຫາທີ່ບໍ່ເໝາະສົມອື່ນໆ;

(2) ລ່ວງລະເມີດສິດລັບສ່ວນຕົວ, ຄວາມລັບທາງການຄ້າ, ສິດເຄື່ອງໝາຍການຄ້າ, ລິຂະສິດ, ສິດທະບຽນ ແລະ ສິດອື່ນໆຂອງຜູ້ອື່ນ;

(3) ມີສ່ວນຮ່ວມໃນທຸລະກຳທີ່ຜິດກົດໝາຍ ເຊັ່ນ: ຂາຍປືນ, ຢາເສບຕິດ, ຢາທີ່ຜິດກົດໝາຍ ຫຼື ສິນຄ້າຜິດກົດໝາຍອື່ນໆ;

(4) ວາງແຜນ ຫຼື ມີສ່ວນຮ່ວມໃນກິດຈະກຳທີ່ຜິດກົດໝາຍ ເຊັ່ນ ການຟອກເງິນ ຫຼື ການສໍ້ໂກງ;

(5) ມີສ່ວນຮ່ວມໃນພຶດຕິກຳອື່ນໆ ທີ່ລະເມີດກົດໝາຍຂອງຊາດ, ລະບຽບການ, ນະໂຍບາຍ ຫຼື ຂໍ້ຕົກລົງນີ້.

4. ການພັດງານ ແລະ ສິ້ນສຸດການໃຫ້ບໍລິການ

4.1. YangSaga ຈະບໍ່ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ ຫຼື ຄ່າເສຍຫາຍໃດໆ ຖ້າທ່ານບໍ່ສາມາດໃຊ້ບໍລິການນີ້ໄດ້ ເນື່ອງຈາກສະຖານະການຕໍ່ໄປນີ້ ເຊິ່ງຢູ່ນອກຂອບເຂດການໃຫ້ບໍລິການ ແລະ ເກີນການຄວບຄຸມຂອງ YangSaga. ສະຖານະການດັ່ງກ່າວລວມມີ ແຕ່ບໍ່ຈຳກັດພຽງ:

(1) ການພັດງານບໍລິການນີ້ໂດຍ YangSaga ເພື່ອດຳເນີນການບຳລຸງຮັກສາຕາມແຜນ ຫຼື ອັບເກຣດຊອບແວ ຫຼື ຮາດແວ;

(2) ການພັດງານການສົ່ງຂໍ້ມູນ ເນື່ອງຈາກຄວາມລົ້ມເຫຼວຂອງລະບົບຜູ້ໃຫ້ບໍລິການ ຫຼື ຄວາມຜິດປົກກະຕິຂອງເຄືອຂ່າຍສື່ສານ;

(3) ການພັດງານຂອງການບໍລິການ ເນື່ອງຈາກເຫດສຸດວິໄສ ເຊັ່ນ: ພາຍຸໄຕ້ຝຸ່ນ, ແຜ່ນດິນໄຫວ, ໄຟຟ້າດັບ, ນ້ຳຖ້ວມ, ຄື້ນສຶນາມິ, ການກະທຳສົງຄາມ ຫຼື ການໂຈມຕີຂອງຜູ້ກໍ່ການຮ້າຍ;

(4) ການພັດງານບໍລິການນີ້ ເນື່ອງຈາກຜູ້ໃຫ້ບໍລິການ ຫຼື ຜູ້ໃຫ້ບໍລິການສິນຄ້າເສມືນ/ດີຈີຕອລ ແລະ ບໍລິການເພີ່ມມູນຄ່າ ຢຸດດຳເນີນງານ;

(5) ການພັດງານລະບົບບໍລິການ ເນື່ອງຈາກຊອບແວອັນຕະລາຍ, ການປະຕິເສດການໃຫ້ບໍລິການ ຫຼື ການໂຈມຕີແບບແຮັກເກີຮູບແບບອື່ນໆ.

4.2. ຖ້າເຫດການສຸດວິໄສເກີດຂຶ້ນ, YangSaga ຂໍສະຫງວນສິດທີ່ຈະພັດການປະຕິບັດພັນທະໃດໆ ພາຍໃຕ້ຂໍ້ຕົກລົງນີ້ ແລະ ຈະສືບຕໍ່ປະຕິບັດພັນທະຂອງຕົນ ຫຼັງຈາກໄລຍະເວລາທີ່ຈຳເປັນຕ້ອງໃຊ້ເພື່ອຟື້ນຟູບໍລິການ ຫຼັງຈາກເຫດສຸດວິໄສສິ້ນສຸດລົງ. YangSaga ຈະພະຍາຍາມຢ່າງສົມເຫດສົມຜົນ ເພື່ອສິ້ນສຸດເຫດສຸດວິໄສ ຫຼື ຊອກຫາວິທີແກ້ໄຂ ເພື່ອໃຫ້ YangSaga ຍັງສາມາດປະຕິບັດພັນທະຂອງຕົນໃນລະຫວ່າງເຫດການດັ່ງກ່າວໄດ້.

5. ການອະນຸຍາດ

5.1. ຫາກບໍ່ໄດ້ຮັບການຍິນຍອມເປັນລາຍລັກອັກສອນຈາກ YangSaga, ທ່ານຈະບໍ່ໂອນ, ມອບໝາຍ, ຈຳນຳ ຫຼື ດຳເນີນການອື່ນໆ ຕໍ່ພັນທະພາຍໃຕ້ຂໍ້ຕົກລົງນີ້ ຕະຫຼອດຈົນສິດ ແລະ ພັນທະທີ່ເກີດຈາກໃບອະນຸຍາດ ແລະ ເງື່ອນໄຂນີ້.

5.2. ພາຍໃນອາຍຸຂອງຂໍ້ຕົກລົງນີ້, YangSaga ອາດໂອນ, ມອບໝາຍ, ຈ້າງຊ່ວງ ຫຼື ດຳເນີນການອື່ນໆ ຕໍ່ພັນທະພາຍໃຕ້ຂໍ້ຕົກລົງນີ້ ຕະຫຼອດຈົນສິດ ແລະ ພັນທະທີ່ເກີດຈາກໃບອະນຸຍາດ ແລະ ເງື່ອນໄຂນີ້.

5.3. ການຮັບຮູ້ຂອງທ່ານຕໍ່ YangSaga

ທ່ານຮັບຮູ້ວ່າ ໃນເວລາທີ່ທ່ານໃຊ້ບໍລິການນີ້, ທ່ານມີສິດ ຫຼື ຖືກອະນຸຍາດໃຫ້ໃຊ້ເນື້ອຫາທັງໝົດ ທີ່ຖືກອັບໂຫຼດ, ດາວໂຫຼດ, ເຜີຍແຜ່, ສົ່ງທາງອີເມວ, ສົ່ງຕໍ່ ຫຼື ເກັບຮັກສາ ໂດຍໃຊ້ບັນຊີຂອງທ່ານ ດ້ວຍວິທີທາງໃດກໍໄດ້ທີ່ມີ.

5.4. ການອະນຸຍາດຂອງ YangSaga ໃຫ້ແກ່ທ່ານ

YangSaga ຂໍໃຫ້ທ່ານມີໃບອະນຸຍາດທີ່ບໍ່ສາມາດເພີກຖອນໄດ້ (ຂຶ້ນກັບການປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງນີ້ສະເໝີ), ບໍ່ຜູກຂາດ, ແລະ ໂອນບໍ່ໄດ້ (ຕໍ່ໄປນີ້ເອີ້ນວ່າ "ໃບອະນຸຍາດນີ້") ເພື່ອໃຊ້ບໍລິການນີ້ຕາມຂໍ້ຕົກລົງນີ້. ທ່ານຮັບຮູ້ວ່າທ່ານໄດ້ອ່ານ ແລະ ຕົກລົງຕາມຂໍ້ຕົກລົງໃບອະນຸຍາດຊອບແວສຳລັບຜູ້ໃຊ້ປາຍທາງ ແລະ ຕົກລົງທີ່ຈະບໍ່:

(1) ສຳເນົາສ່ວນໃດສ່ວນໜຶ່ງຂອງບໍລິການນີ້ ເວັ້ນເສຍແຕ່ການສຳເນົານັ້ນຖືກອະນຸຍາດພາຍໃຕ້ຂໍ້ຕົກລົງນີ້;

(2) ເຊົ່າ, ໃຫ້ເຊົ່າຊ່ວງ, ອະນຸຍາດຊ່ວງ, ຈຳນຳ, ແປ, ລວມກັບຜະລິດຕະພັນ ຫຼື ບໍລິການອື່ນ, ປັບ, ປ່ຽນແປງ ຫຼື ດັດແປງບໍລິການນີ້;

(3) ແຍກສ່ວນ, ຖອດລະຫັດ ຫຼື ວິສະວະກຳຍ້ອນກັບ ສ່ວນໃດສ່ວນໜຶ່ງ ຫຼື ທັງໝົດຂອງບໍລິການນີ້, ຫຼື ສ້າງງານດັດແປງຈາກສ່ວນໃດສ່ວນໜຶ່ງ ຫຼື ທັງໝົດຂອງບໍລິການນີ້, ຫຼື ພະຍາຍາມມີສ່ວນຮ່ວມໃນພຶດຕິກຳດັ່ງກ່າວ;

(4) ໃຫ້ບຸກຄົນທີສາມໃດໆ ຫຼື ອະນຸຍາດໃຫ້ບຸກຄົນທີສາມໃດໆ ໃຊ້ບໍລິການນີ້ທັງໝົດ ຫຼື ບາງສ່ວນ (ລວມທັງແຕ່ບໍ່ຈຳກັດພຽງລາຍຊື່ໂປຣແກຣມ, ອັບເຈັກ, ລາຍຊື່ໂປຣແກຣມຕົ້ນສະບັບ, ລະຫັດເປົ້າໝາຍ ແລະ ລະຫັດຕົ້ນສະບັບ) ໂດຍບໍ່ໄດ້ຮັບການຍິນຍອມເປັນລາຍລັກອັກສອນລ່ວງໜ້າຈາກ YangSaga;

(5) ໃຊ້ບໍລິການນີ້ໃນລັກສະນະສໍ້ໂກງ ຫຼື ເພື່ອຈຸດປະສົງສໍ້ໂກງ;

(6) ລົບຖະແຫຼງການລິຂະສິດ ຫຼື ຂໍ້ຄວາມແຈ້ງໃດໆ ທີ່ຢູ່ໃນບໍລິການນີ້;

(7) ພະຍາຍາມປິດ, ຫຼົບລຽບ, ດັດແປງ, ເຮັດໃຫ້ໃຊ້ບໍ່ໄດ້ ຫຼື ຫຼົບລີ່ລະບົບການຈັດການສິດທິລິຂະສິດແບບດີຈີຕອລ ທີ່ກ່ຽວຂ້ອງກັບບໍລິການນີ້ ແລະ/ຫຼື ເປັນສ່ວນໜຶ່ງທີ່ສຳຄັນຂອງບໍລິການນີ້.

ເຖິງແມ່ນວ່າ YangSaga ຈະພະຍາຍາມໃຫ້ບໍລິການທີ່ສອດຄ່ອງກັບຄວາມຕ້ອງການສ່ວນຕົວຂອງທ່ານ, ທ່ານກໍຮັບຮູ້ວ່າບໍລິການນີ້ອາດບໍ່ຕອບສະໜອງຄວາມຕ້ອງການສ່ວນຕົວທັງໝົດຂອງທ່ານ. YangSaga ບໍ່ໄດ້ຮັບປະກັນວ່າບໍລິການນີ້ ແລະ ຄຸນສົມບັດຕ່າງໆ ທີ່ອະທິບາຍໄວ້ໃນເອກະສານໃດໆ ຈະຕອບສະໜອງຄວາມຕ້ອງການສ່ວນຕົວຂອງທ່ານ.

ໃບອະນຸຍາດນີ້ ແລະ ເງື່ອນໄຂທີ່ກ່ຽວຂ້ອງທັງໝົດ ຈະຜູກມັດທ່ານ ແລະ YangSaga, ຕະຫຼອດຈົນຮອດຜູ້ສືບສັນຕະຕິບັດສິດ ແລະ ຜູ້ຮັບໂອນສິດ ແລະ ພັນທະຂອງທັງສອງຝ່າຍ, ທັງນີ້ກໍຂຶ້ນກັບຂໍ້ 5.2.

6. ການປົກປ້ອງຄວາມເປັນສ່ວນຕົວ

6.1. YangSaga ເກັບກຳສະຖິຕິຜູ້ໃຊ້ໃນຮູບແບບລວມ, ເພື່ອຮັກສາ ແລະ ປັບປຸງບໍລິການ, ລວມທັງຄວາມໝັ້ນຄົງຂອງ YangSaga. ເພື່ອປະຕິບັດບໍລິການດ້ານເທັກນິກໃຫ້ແກ່ທ່ານ, YangSaga ຈະເກັບກຳຂໍ້ມູນຂໍ້ຜິດພາດຂອງອຸປະກອນທ່ານ, ຂໍ້ມູນດ້ານເທັກນິກ.

6.2. ທ່ານຈະໄດ້ຮັບຊອບແວຮຸ່ນຫຼ້າສຸດຂອງເກມ. ເພື່ອໃຫ້ YangSaga ສາມາດປັບປຸງຄຸນນະພາບການບໍລິການ (QoS) ສຳລັບເກມທີ່ໃຫ້ບໍລິການເທິງແພລດຟອມ YangSaga ຢ່າງຕໍ່ເນື່ອງ, ທ່ານຮັບຮູ້ວ່າ ຈຳກັດພຽງເພື່ອຈຸດປະສົງນັ້ນເທົ່ານັ້ນ, YangSaga ອາດເກັບກຳຂໍ້ມູນ.

6.3. ຖ້າທ່ານບໍ່ຕົກລົງໃຫ້ YangSaga ເກັບກຳຂໍ້ມູນດັ່ງກ່າວ, ໃຫ້ທ່ານເຊົາໃຊ້ YangSaga ເພື່ອຢຸດໃຊ້ບໍລິການຂອງຕົນ.

7. ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

7.1. YangSaga ແລະ ຄູ່ຮ່ວມງານຂອງຕົນ ບໍ່ໄດ້ໃຫ້ຂໍ້ຮັບປະກັນ ຫຼື ຂໍ້ຕາງໜ້າໃດໆ ກ່ຽວກັບບໍລິການນີ້, ບໍ່ວ່າຈະເປັນແບບຊັດເຈນ ຫຼື ບົ່ງບອກ, ລວມທັງແຕ່ບໍ່ຈຳກັດພຽງການຮັບປະກັນຄວາມເປັນສິນຄ້າ ແລະ ຄວາມພ້ອມໃນການຈຳໜ່າຍ, ຄວາມເໝາະສົມກັບຈຸດປະສົງໃດໜຶ່ງ ແລະ ການບໍ່ລ່ວງລະເມີດສິດຂອງບຸກຄົນທີສາມ. YangSaga ແລະ ຄູ່ຮ່ວມງານຂອງຕົນ ບໍ່ໄດ້ໃຫ້ການຮັບປະກັນວ່າ (1) ບໍລິການນີ້ຈະຕອບສະໜອງຄວາມຕ້ອງການຂອງທ່ານ; (2) ບໍລິການນີ້ຈະບໍ່ຂັດຂວາງ, ທັນເວລາ, ປອດໄພ ຫຼື ບໍ່ມີຂໍ້ຜິດພາດ; (3) ຂໍ້ມູນໃດໆ ທີ່ທ່ານໄດ້ຮັບໃນລະຫວ່າງການໃຊ້ບໍລິການນີ້ ແມ່ນຖືກຕ້ອງ ຫຼື ເຊື່ອຖືໄດ້; (4) ຂໍ້ຜິດພາດ ຫຼື ບັກໃດໆ ໃນຊອບແວທີ່ໃຫ້ບໍລິການນີ້ ຈະຖືກແກ້ໄຂ.

7.2. YangSaga ບໍ່ມີການຄວບຄຸມຜູ້ໃຫ້ບໍລິການເຄືອຂ່າຍຂອງທ່ານ ດັ່ງນັ້ນ ຈຶ່ງບໍ່ສາມາດໃຫ້ການຮັບປະກັນໃດໆ ກ່ຽວກັບຄວາມຄຸ້ມຄຸມ, ຄວາມພ້ອມ ແລະ ຄຸນນະພາບຂອງການບໍລິການ. ຂຶ້ນກັບຂໍ້ 8 ຂ້າງລຸ່ມນີ້, ທ່ານຈະຕ້ອງຮັບຜິດຊອບຄວາມສ່ຽງທັງໝົດທີ່ກ່ຽວຂ້ອງກັບເກມ ແລະ/ຫຼື ເອກະສານອື່ນໆ ທີ່ໄດ້ຮັບ ແລະ ເຂົ້າເຖິງຜ່ານບໍລິການນີ້, ແລະ ທ່ານຈະຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍໃດໆ ທີ່ເກີດຂຶ້ນກັບອຸປະກອນຂອງທ່ານ ຫຼື ການສູນເສຍຂໍ້ມູນທີ່ເກີດຈາກການໃຊ້ບໍລິການນີ້ ຫຼື ເກມ. ໃນເວລາໃຊ້ບໍລິການນີ້, ທ່ານຕົກລົງທີ່ຈະປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງທັງໝົດ. ສິດທາງກົດໝາຍຂອງທ່ານບໍ່ໄດ້ຮັບຜົນກະທົບຈາກຂໍ້ຕົກລົງນີ້.

7.3. YangSaga ບໍ່ສາມາດຄວບຄຸມຜູ້ສົ່ງເສີມການຕະຫຼາດພາກສ່ວນທີສາມທີ່ຢູ່ໃນໜ້າ Landing Page ໄດ້ ດັ່ງນັ້ນ ຈຶ່ງບໍ່ສາມາດໃຫ້ການຮັບປະກັນໃດໆ ກ່ຽວກັບເນື້ອຫາໂຄສະນາທີ່ຢູ່ໃນ Landing Page.

8. ຂໍ້ຈຳກັດຄວາມຮັບຜິດຊອບ ແລະ ເຄື່ອງມືເພື່ອແກ້ໄຂ

8.1. ຂຶ້ນກັບບົດບັນຍັດໃນຂໍ້ 8.2, ແລະ ເທົ່າທີ່ກົດໝາຍທ້ອງຖິ່ນອະນຸຍາດ, ຄວາມຮັບຜິດຊອບຂອງພວກເຮົາຕໍ່ຄ່າເສຍຫາຍ ຈະຖືກຈຳກັດດັ່ງນີ້:

8.1.1. ພວກເຮົາຈະຕ້ອງຮັບຜິດຊອບສະເພາະຄ່າເສຍຫາຍເທົ່າທີ່ສາມາດຄາດຄະເນໄດ້ຕາມປົກກະຕິ ໃນເວລາເຂົ້າສູ່ສັນຍາ ສຳລັບຄວາມເສຍຫາຍທີ່ເກີດຈາກການລະເມີດພັນທະຕາມສັນຍາອັນສຳຄັນຂອງ YangSaga ພາຍໃຕ້ຂໍ້ຕົກລົງນີ້.

8.1.2. ໃນຖານະຜູ້ບໍລິໂພກ, ການໃຊ້ບໍລິການນີ້ຂອງທ່ານ ບໍ່ແມ່ນເພື່ອການຄ້າ. ດັ່ງນັ້ນ, YangSaga ຈະບໍ່ຕ້ອງຮັບຜິດຊອບຕໍ່ທ່ານ ສຳລັບການສູນເສຍກຳໄລ, ລາຍຮັບ, ເງິນຝາກປະຢັດທີ່ຄາດຫວັງ, ສັນຍາ ຫຼື ເວລາ ທີ່ເກີດຈາກການໃຊ້ ຫຼື ບໍ່ສາມາດໃຊ້ບໍລິການຂອງທ່ານ.

8.2. ບໍ່ມີຂໍ້ຄວາມໃດໆ ໃນການຮັບປະກັນນີ້ ທີ່ຈະຍົກເວັ້ນ ຫຼື ຈຳກັດຄວາມຮັບຜິດຊອບຂອງ YangSaga ສຳລັບການເສຍຊີວິດ ຫຼື ການບາດເຈັບຕໍ່ຮ່າງກາຍ ທີ່ເກີດຈາກຄວາມປະມາດ, ການສໍ້ໂກງ, ການສະແດງຂໍ້ມູນທີ່ບິດເບືອນໂດຍສໍ້ໂກງ ຫຼື ຄວາມຮັບຜິດຊອບອື່ນໃດໆ ທີ່ກົດໝາຍບໍ່ອະນຸຍາດໃຫ້ຈຳກັດ ຫຼື ຍົກເວັ້ນ.

8.3. ທ່ານຕ້ອງດຳເນີນມາດຕະການທີ່ສົມເຫດສົມຜົນທັງໝົດ ເພື່ອຫຼຸດຜ່ອນ ແລະ/ຫຼື ຫຼີກລ່ຽງຄວາມເສຍຫາຍ, ລວມທັງ, ໂດຍສະເພາະ, ພັນທະຂອງທ່ານໃນການສຳຮອງຂໍ້ມູນເປັນປະຈຳ ແລະ ດຳເນີນການກວດສອບຄວາມປອດໄພ (ໂດຍສະເພາະເພື່ອປ້ອງກັນ ຫຼື ກວດຫາໄວຣັສ, ຊອບແວອັນຕະລາຍ ແລະ ໂປຣແກຣມກໍ່ກວນອື່ນໆ ພາຍໃນລະບົບ IT ຂອງທ່ານ).

9. ການຊົດໃຊ້

ໃນກໍລະນີຕໍ່ໄປນີ້, ທ່ານຈະຕ້ອງຮັບຜິດຊອບຊົດໃຊ້ YangSaga ແລະ ກຳມະການຜູ້ອຳນວຍການ, ຜູ້ບໍລິຫານ, ພະນັກງານ, ຕົວແທນ, ຄູ່ຮ່ວມງານ, ຜູ້ສະໜອງ ແລະ ຜູ້ໃຫ້ໃບອະນຸຍາດ ຕໍ່ກັບການຮ້ອງຟ້ອງ ຫຼື ຄະດີຈາກບຸກຄົນທີສາມໃດໆ, ລວມທັງຄ່າທະນາຍຄວາມທີ່ສົມເຫດສົມຜົນ ເຊິ່ງເກີດຈາກການກະທຳ ຫຼື ລະເວັ້ນການກະທຳ ໂດຍເຈຕະນາ ຫຼື ປະມາດ ໃນກໍລະນີທີ່ທ່ານ ເຈຕະນາ ຫຼື ປະມາດ (3) ລະເມີດບົດບັນຍັດອັນສຳຄັນໃດໆ ພາຍໃຕ້ຂໍ້ຕົກລົງນີ້; (4) ລ່ວງລະເມີດສິດຂອງບຸກຄົນທີສາມໃດໆ, ເຊັ່ນ: ລ່ວງລະເມີດຊັບສິນທາງປັນຍາຂອງບຸກຄົນທີສາມ, ຫຼື ເຜີຍແຜ່ເນື້ອຫາທີ່ທຳລາຍຊື່ສຽງ ຫຼື ເນື້ອຫາທີ່ລະເມີດຂໍ້ຕົກລົງບໍ່ເປີດເຜີຍຂໍ້ມູນ; ຫຼື (5) ດັດແປງ ຫຼື ປ່ຽນແປງເນື້ອຫາໃດໆ ຂອງບໍລິການນີ້ ໂດຍບໍ່ໄດ້ຮັບອະນຸຍາດ.

10. ບົດບັນຍັດທົ່ວໄປ

10.1. ເທົ່າທີ່ກົດໝາຍທີ່ໃຊ້ບັງຄັບອະນຸຍາດສູງສຸດ, ໃນກໍລະນີທີ່ບົດບັນຍັດໃດໜຶ່ງໃນຂໍ້ຕົກລົງນີ້ ຖືກສານ ຫຼື ໜ່ວຍງານອື່ນ ຖືວ່າເປັນໂມຄະ, ຄວາມສົມບູນ ແລະ ການບັງຄັບໃຊ້ຂອງບົດບັນຍັດອື່ນໆ ຈະບໍ່ຖືກກະທົບ.

10.2. ຫົວຂໍ້ພາກສ່ວນທີ່ມີຢູ່ໃນຂໍ້ຕົກລົງນີ້ແມ່ນໃຊ້ເພື່ອຄວາມສະດວກສະບາຍເທົ່ານັ້ນ ແລະ ບໍ່ມີຜົນບັງຄັບໃຊ້ຕາມກົດໝາຍ ຫຼື ຂໍ້ຕົກລົງ.

10.3. ທ່ານຕ້ອງບໍ່ໂອນ ຫຼື ມອບໝາຍພັນທະພາຍໃຕ້ຂໍ້ຕົກລົງນີ້ ຫຼື ໂອນ, ມອບໝາຍ, ຫຼື ອະນຸຍາດຊ່ວງສິດພາຍໃຕ້ຂໍ້ຕົກລົງນີ້.

10.4. ທ່ານຮັບຮູ້ວ່າ ການທີ່ YangSaga ບໍ່ສາມາດຈັດຕັ້ງປະຕິບັດ ຫຼື ບັງຄັບໃຊ້ສິດ ຫຼື ເຄື່ອງມືເພື່ອແກ້ໄຂທາງກົດໝາຍໃດໆ ພາຍໃຕ້ຂໍ້ຕົກລົງນີ້ ບໍ່ຖືວ່າເປັນການສະລະສິດດັ່ງກ່າວ. ບົດບັນຍັດເຫຼົ່ານີ້ [ລວມທັງນະໂຍບາຍຄວາມເປັນສ່ວນຕົວ (ໃນກໍລະນີທີ່ທ່ານໄດ້ໃຊ້ບໍລິການ YangSaga) ແລະ ບົດບັນຍັດອື່ນໆ ທີ່ກຳນົດຂຶ້ນຕາມກົດໝາຍທີ່ກ່ຽວຂ້ອງ] ຖືເປັນສັນຍາທັງໝົດລະຫວ່າງທ່ານ ແລະ YangSaga ທີ່ຄຸ້ມຄອງການໃຊ້ບໍລິການນີ້.

10.5. ການແປພາສາຂອງຂໍ້ຕົກລົງນີ້ ມີຈຸດປະສົງເພື່ອອ້າງອີງເທົ່ານັ້ນ. ໃນກໍລະນີທີ່ສະບັບພາສາອື່ນ ຂັດແຍ່ງກັບສະບັບພາສາອັງກິດ, ສະບັບພາສາອັງກິດ ຈະມີຜົນບັງຄັບໃຊ້ກ່ອນ.

11. ການດັດແກ້ ແລະ ການສິ້ນສຸດ

11.1. YangSaga ອາດປັບປຸງ ຫຼື ດັດແກ້ຂໍ້ຕົກລົງນີ້ ເປັນບາງຄັ້ງຄາວ ແລະ ແຈ້ງໃຫ້ທ່ານຊາບເຖິງເນື້ອຫາທີ່ດັດແກ້. ທ່ານຈະຖືກຖືວ່າຍອມຮັບເງື່ອນໄຂທີ່ດັດແກ້, ເວັ້ນເສຍແຕ່ທ່ານຄັດຄ້ານການປ່ຽນແປງ ພາຍໃນສິບສີ່ (14) ມື້ ນັບແຕ່ວັນທີ່ໄດ້ຮັບການແຈ້ງນັ້ນ, ທັງນີ້ກໍຕ້ອງໄດ້ຮັບການແນະນຳຈາກພວກເຮົາກ່ຽວກັບຜົນຂອງການຍອມຮັບ.

11.2. ຂໍ້ 2 ຫາ 5 ແລະ ຂໍ້ 7 ໃນຂໍ້ຕົກລົງນີ້ ຈະມີຜົນສືບຕໍ່ບັງຄັບໃຊ້ ຫຼັງຈາກທ່ານຍົກເລີກການລົງທະບຽນ ຫຼື ຂໍ້ຕົກລົງນີ້ສິ້ນສຸດລົງ.